ໂທ/ວອດແອັບ: 020 2387 6868
(ບໍ່ໄດ້ຫລໍ່ຄືໃນຮູບເດີ ໃຊ້ 360 ຕົວຈິງດຳ ຂີ້ລ້າຍເດີ)
(ບໍ່ໄດ້ຫລໍ່ຄືໃນຮູບເດີ ໃຊ້ 360 ຕົວຈິງດຳ ຂີ້ລ້າຍເດີ)
"...ເລື່ອງ: ຜູ້ຊາຍຂາຍສິ້ນ..."
- ເຮີ້ຍໆ ເບິ່ງແມ໋ ເບິ່ງແມ໋..ໂຕ
ຜູ້ຊາຍຂາຍສິ້ນ…ເຮີ້ຍ
- ຜູ້ຊາຍກະມາຂາຍສິ້ນຫວາ
ບໍ່ແມ່ນເປັນເກ,
ເປັນຕຸດບໍ່ນ້ອງ….
ຄຳເວົ້າ,
ຄຳແຊວ ທີ່ມັກໄດ້ຍິນເປັນປະຈຳ ເມື່ອນັ່ງຢູ່ຮ້ານ…..
ອ່ານມ່ວນໆເດີ…ຈັ່ງໃດກະໄດ້ເປີດມາແລ້ວ
ຕອບ:
ຂ້ອຍເປັນຜູ້ຊາຍແທ້ 100% ພິສູດໄດ້
ຕອນນີ້
ຫົວໃຈກະມີຄົນສອຍໄປເປັນເຈົ້າຂອງແລ້ວ
(ນັ້ນ…
ຕອບຜ່ານຊື່ເລີຍບາດນີ້…)
ເປັນຫຍັງຫວາ ເວລາແມ່ຍິງຂາຍສົ້ງ
ຈິ່ງບໍ່ມີໃຜທ້ວງວ່າ: ເຮີ້ຍ...ໂຕ ເບິ່ງແມ໋ ແມ່ຍິງກະມາຂາຍສົ້ງ
(ອິອິອິ ແຊວຫລິ້ນ ຊວນຫົວເດີ)
ເປັນຫຍັງຫວາ ເວລາແມ່ຍິງຂາຍສົ້ງ
ຈິ່ງບໍ່ມີໃຜທ້ວງວ່າ: ເຮີ້ຍ...ໂຕ ເບິ່ງແມ໋ ແມ່ຍິງກະມາຂາຍສົ້ງ
(ອິອິອິ ແຊວຫລິ້ນ ຊວນຫົວເດີ)
ເຂົ້າສູ່ວົງການນີ້ໄດ້ແນວໃດ?
(ນີ້ລະທີ່ທຸກຄົນຢາກຮູ້…ເລື່ອງຂອງຊາວບ້ານ
ອິອິອິ)
ຕອນທຳອິດ
ແຟນເຮັດວຽກປະຈຳ
ເຮັດໄປເຮັດມາກໍ່ເລີຍຄິດຫາວຽກເສີມ
ຫາລາຍໄດ້ເພີ່ມ
ລອງເຮັດ
2 3 ຢ່າງເບິ່ງ ສຸດທ້າຍມາຈົບທີ່ຮັບສິ້ນໄປຂາຍ
ພໍເຫັນແວວ
ກໍ່ເລີຍລົງທຶນຕັ້ງເຄືອຫູກເອງ
ຊື້ໄໝມ້ອນຝາກໄປໃຫ້ຄອບຄົວຄຸມການຕໍ່າທີ່ຊຳເໜືອ
ແລະຄຸມບາງສ່ວນເອງທີ່ນະຄອນຫລວງ
ບອກຕາມຕົງເລີຍ
ພີ່ນ້ອງ ຂ້ອຍບໍ່ໄດ້ຄິດວ່າຈະມາ
ອອກໜ້າອອກຕາຂາຍເອງດອກ…
ພຽງແຕ່ເອົາໄໝມ້ອນໄປສົ່ງ
ຕັ້ງຮ້ານ,
ປິດຮ້ານ ອອກບູດຊ່ວຍກະພໍແລ້ວ… ຂ້ອຍບໍ່ມັກຂາຍ
ແຕ່ບາງຄັ້ງແຟນຕ້ອງໄປຫ້ອງນ້ຳ,
ໃຫ້ເຮົາເຝົ້າ ເພາະບໍ່ມີໃຜເຝົ້າຊ່ວຍ
ອາຍທຸກໆຄັ້ງທີ່ຄົນໆເຂົ້າຮ້ານ
ລາຄາກະບໍ່ຈື່ເລີຍ
ບອກຖືກບອກຜິດລາຄາເຂົາເຈົ້າຕະຫລອດ….
ຈາກການທີ່ໄດ້ໄກ້ຊິດກັບສິ້ນໄໝ,
ແພໄໝມ້ອນຊຳເໜືອຕະຫລອດ
ຊ່ວຍພັບແພ,
ຊ່ວຍຈັດຮ້ານ, ມ້ຽນຮ້ານ, ຂາຍເຄື່ອງ
ບໍ່ຮູ້ວ່າມັນເຂົ້າເສັ້ນເລືອດຂ້ອຍຍາມໃດ….
ຂ້ອຍທັງຮັກ
ທັງມັກ ແລະ ອົມຍິ້ມຕະຫລອດ
ທີ່ເຫັນສີໄມ້ລາຍມື
ທີ່ປານີດຂອງປະຊາຊົນລາວ
ເອົາໄໝແຕ່ລະເສັ້ນມາຖັກທໍ
ເປັນຮູບສັດ, ຕົ້ນໄມ້, ທຳມະຊາດ
ລິງລາຍຕ່າງໆ
ໜ້າອັດສະຈັນໃນຄວາມປານີດແທ້
ຂະໜາດຝຣັ່ງມັນຍັງຍ້ອງ
ວ່າສີມືຄົນລາວສຸດຍອດ
ເມື່ອກ່ອນຂ້ອຍມັກທຽບສະເໝີວ່າສິ້ນ,
ແພ, ໂສ້ງ ກັບຄືກັນໝົດນັ້ນລະ
ມັນຄືເຄື່ອງນຸ່ງຫໍ່ຫຸ້ມຮ່າງກາຍກໍ່ເທົ່ານັ້ນ
ເປັນຫຍັງເຮົາຈິ່ງຍອມຈ່າຍລາຄາແພງໆກັນດ້ວຍລະ
ຈົນເມື່ອໄດ້ມີໂອກາດໄປຕັດສົ້ງ,
ເສື້ອມານຸ່ງ
ແລະເຫັນແຟນຕັດເສື້ອ,
ຕັດສິ້ນໄໝມ້ອນມານຸ່ງ
ມັນຊ່າງແຕກຕ່າງກັນ
ບໍ່ຊ່າງຊິພັນລະນາ
ຍິ່ງຕອນທີ່ເຫັນປະຊາຊົນຕໍ່າຫູກ
ຫລັງຂົດຫລັງງໍແລ້ວ
ມູນຄ່າຂອງມັນທຽບບໍ່ໄດ້ເລີຍກັບເງິນກ້ອນນ້ອຍໆທີ່ເຮົາເສຍໄປ
ທຸກທ່ານທີ່ຊື້
ຜະລິດຕະພັນສິ້ນໄໝມ້ອນ, ແພໄໝມ້ອນ, ຜ້າບ່ຽງໄໝມ້ອນ
ນັ້ນແມ່ນທ່ານກຳລັງປະກອບສ່ວນ
ສ້າງວຽກເຮັດງານທຳ
ໃຫ້ປະຊາຊົນທີ່ເຂດຫ່າງໄກສອກຫລີກ
ທີ່ສຳຄັນທ່ານຄືຄົນສຳຄັນທີ່ຈະມີສ່ວນຊ່ວຍສົ່ງເສີມ
ໃຫ້ສີໄມ້ລາຍມືຂອງຄົນລາວ
ໄດ້ຢູ່ຄູ່ຊາດເຮົາຕະຫລອດໄປ
ເຊິ່ງນັບວັນ
ຄົນຫຸ່ນໄໝ່ທີ່ຈະສານຕໍ່ ກໍ່ນັບມືໜ້ອຍລົງ
ຈົ່ງຊ່ວຍກັນອະນຸລັກ
ມໍລະດົກທາງປັນຍາ
ຂອງບັນພະບຸລຸດເຮົາ
ຄົນລະໄມ້ລະມືເດີພີ່ນ້ອງ



0 comments:
Post a Comment